เมนู

ຫັດແຕ່ງ

ຈົ່ງອະທິບາຍ-ພິສູດ ຄໍາສຸພາສິດທີ່ວ່າ:"ອົດສົ້ມຈຶ່ງໄດ້ກິນຫວານ ອົດທົນທານວຽກງານຈຶ່ງແລ້ວ"                                                    

ຂະໜານຕອບ

ກ.ຕັ້ງບັນຫາ

-ເພື່ອເປັນການອົບຮົມບົ່ມນິໄສ ອົດທຸກອົດຍາກ,ເດັດດ່ຽວໜຽວແໜ້ນຕໍ່ສູ້ເພື່ອສໍາເລັດໜ້າທີ່ວຽກງານ,ປູ່ຍ່າຕາຍາຍເຮົາເຄີຍມີຄໍາສຸພາສິດທີ່ວ່າ:"ອົດສົ້ມຈຶ່ງໄດ້ກິນຫວານ ອົດທົນທານວຽກງານຈຶ່ງແລ້ວ"

ຂ.ແກ້ໄຂບັນຫາ

1.ເປັນຫຍັງຈຶ່ງເວົ້າວ່າ:ອົດສົ້ມຈຶ່ງໄດ້ກິນຫວານ?(ອະທິບາຍ-ພິສູດ)

-ສົ້ມ + ຫວານ ແມ່ນລົດຊາດຂອງໝາກໄມ້ຊະນິດໃດຊະນິດໜຶ່ງ ຢູ່ໃນທໍາມະຊາດ...

-ສົ້ມ +  ຫວານ ໃນຄໍາສຸພາສິດນີ້ ໝາຍເຖິງຄວາມທຸກ ແລະ ຄວາມສຸກ...

-ອົດສົ້ມ ໝາຍເຖິງການອົດທຸກຍາກ,ຕ້ອງໄດ້ຜ່ານຄວາມມານະອົດທົນ ຄົນເຮົາຈຶ່ງຈະມີຄວາມສຸກໄດ້.

-ໝາກໄມ້ສົ້ມຖ້າເຮົາຢາກກິນຫວານ ຕ້ອງໄດ້ໃຊ້ເວລາອົດທົນລໍຄອຍ...

2.ເປັນຫຍັງຈຶ່ງເວົ້າວ່າ: ອົດທົນທານ ວຽກງານຈຶ່ງແລ້ວ?(ອະທິບາຍ-ພິສູດ).

- ທຸກວຽກງານ ນ້ອຍ ຫຼື ໃຫຍ່ ໃນຊີວິດປະຈໍາວັນ,ການເພີ່ມພູນຜະລິດຜົນ,ການສຶກສາຮໍ່ານຽນ,ການຕໍ່ສູ້ປະຕິວັດ,ການສ້າງສາພັດທະນາປະເທດຊາດ...ຈະສໍາເລັດຜົນມັນຕ້ອງຜ່ານຄວາມອົດທຸກອົດຍາກ,ມານະບາກບັ່ນ ມັນຈຶ່ງຈະສໍາເລັດຜົນ...(ເອົາຕົວຈິງມາພິສູດ)

ຄ.ສະຫຼຸບບັນຫາ

- ຜົນສໍາເລັດ ແມ່ນມາຈາກຄວາມພະຍາຍາມ,ຄວາມລໍາບາກ ແມ່ນບໍ່ເກີດແຫ່ງຄວາມສຸກ.

- ສະແດງທັດສະນະຂອງຕົນໃສ່.